Friday, February 8, 2019

ລິດສີດວງ (Haemorrhoids)

    ໂລກລິດສີດວງ ແມ່ນເສັ້ນເລືອດໃຫຍ່ທີ່ປາຍລໍາໄສ້ ແລະ ທະວານໜັກມີອາການບວມ. ແລ້ວມີຫລອດເລືອດບາງສ່ວນຍື່ນອອກມາຈາກທະວານໜັກ.
  • ໂຄງສ້າງທາງດ້ານຮ່າງກາຍ.
    ພາຍໃນທະວານໜັກ (ທະວານໜັກແມ່ນ ຢູ່ຕໍ່ຈາກລຳໄສ້ໃຫຍ່ຕອນລຸ່ມສຸດ ເປັນລຳໄສ້ໃຫຍ່ສ່ວນທີ່ຕໍ່ກັບທະວານໜັກ). ຈະມີເສັ້ນທີ່ເອີ້ນວ່າ: ເສັ້ນເດນເທດ ຫຼື ເສັ້ນເພັດຕີເນກ (Dentate line or Pectinate line). ເຊິ່ງມັນເປັນຕົວແບ່ງ ສ່ວນລຸ່ມ ແລະ ສ່ວນເທິງຂອງ
ທະວານໜັກ. ໃນເວລາທີ່ທີ່ເກີດໂລກ ລິດສີດວງ (hemorrhoid) ສ່ວນທີ່ຢູ່ຕໍ່ທາງດ້ານລຸ່ມ Dentate line  ເອີ່ນວ່າ: ລິດສີດວງນອກ (External hemorrhoids) ແລະ ເມື່ອເກີດຢູ່ຕໍ່ທາງດ້ານເທິງ Dentate line  ເອີ່ນວ່າ: ລິດສີດວງໃນ (Internal hemorrhoids).

    ໂລກລິດສີດວງ ເປັນໂລກທີມັກພົບເປັນປະຈຳ. ໂດຍມີອາການທາງທະວານໜັກ ທີ່ສຳຄັນຄືໃນຂະນະທີ່ກຳລັງຖ່າຍໜັກ ແລະ ຫລັງຈາກຖ່າຍໜັກແລ້ວ. ກ້ອນເນື້ອຢູ່ທີ່ທະວານໜັກ ໃນໄລະຍະທຳອິດແມ່ນ ເປັນໆ ຫາຍໆ ມັນຍັງບໍ່ເທິງຂັ້ນຮຸ່ນແຮງຫລາຍ ຖ້າຫາກປ່ອຍໄວ້ແບບນີ້ຫລາຍປີມັນຈະເຮັດໃຫ້ເຖິງຂັ້ນຮຸນແຮງ ເຊິ່ງໂລກສິດສີດວງແບ່ງອອກເປັນ 2 ປະເພດຄື:
  • ລິດສີດວງໃນ.
    ແມ່ນກ້ອນເນື້ອທີ່ຢູ່ສູງກວ່າເສັ້ນເດນທິດ (Dentate line) ເລື່ອນຕົວລົງມາທາງປາກຮູທະວານເຮັດໃຫ້ເກີດມີເລືອດອອກຂະນະທີ່ກຳລັງຖ່າຍໜັກ ຫລື ວ່າຈະເຫັນຍື່ນອອກມາທາງຂອບທະວານໜັກ.
  • ລິດສີດວງນອກ.
    ແມ່ນກ້ອນເນື້ອຢູ່ລຸ່ມ ເສັ້ນເດນທິດ (Dentate line)ມັນຍື່ນອອກມາ.
    ລິດສີດວງໃນແບ່ງອອກເປັນ 4 ໄລຍະຄື:

ໄລຍະທີ່1: ໂລກລິດສີດວງ (Hemorrhoids) ແມ່ນຢູ່ເທິງ ເສັ້ນເດນທິດ (Dentate line) ແລະ ຍັງບໍ່ທັນຍື່ນອອກມາທາງນອກຂອງຂອບທະວານໜັກ.

ໄລຍະທີ່2: ໂລກລິດສີດວງ (Hemorrhoids) ເລີ່ມຍື່ນອອກມາໃນຂະນະທີ່ກຳລັງຖ່ານໜັກ ແລະ ມັນຈະເລື່ອນກັບຄືນເຂົ້າໄປໃນຮູວານໜັກ.

ໄລຍະທີ່3: ໂລກລິດສີດວງ (Hemuorrhids) ໃນໄລະຍະນີ້ຈະຍື່ນອອກມາໃນຂະນະທີ່ກຳລັງຖ່າຍໜັກ ແລະ ມັນຈະບໍ່ສາມາດເລື່ອນກັບຄືນເຂົ້າໄປໃນຮູທະວານເອງໄດ້ ເຮົາຕ້ອງໄດ້ຍັດມາເຂົ້າໄປ.

ໄລຍະທີ່4: ໂລດລິດສີດວງ (Hemorrhoids) ໃນໄລຍະນີ້ມັນຈະຍື່ນອອກມາຢູ່ຂອບຮູທະວານໜັກຕະຫຼອດເວລາ.

  • ສາເຫດຂອງໂລກລິດສີດວງ (Hemorrhoids)
    ເກີດຂື້ນຫລອດເລືອດດຳ ຫລື ເນື້ອເຍື່ອໃນບໍລິເວນຂອທະວານໜັກ.

  • ອາການຂອງໂລກລິດສີດວງ (Hemorrhoids)

    ມີກ້ອນເນື້ອປີ້ນອອກມາໃນຂະນະເຮົາເບັ່ງຖ່າຍໜັກ
ແລະ ມັນຈະຢຸບກັບເຂົ້າໄປເມື່ອເຮົາຢຸດເບັ່ງ. ຖ້າອາການໜັກເຮົາຈະຕ້ອງໄດ້ດັນມັນເຂົ້າໄປໃນຮູທະວານໜັກເອງມັນຈຶ່ງເຂົາໄປໄດ້. ແລະ ສຸດທ້າຍມັນຈະຂ້າງຢູ່ນອກຮູທະວານໜັກແບບນັ້ນຕະຫລອດຈະບໍ່ສາມາດກັບເຂົ້າໄປໃນຮູທະວານໜັກໄດ້ອີກ.

    ມີເລືອດສີແດງຍົດອອກມາໃນຂະນະທີ່ເຮົາເບັ່ງ ຫຼື ຫລັງຈາກເຮົາຖ່າຍໜັກແລ້ວ ມັນຈະອອກມາໜ້ອຍດຽວບໍ່ຫລາຍ ມັນຈະບໍ່ຮູ້ສຶກເຈັບແສບເລື່ອຍ.

    ເມື່ອອາການໜັກເຂົ້າ ຫລອດເລືອດຈະບວມພ້ອມທັງເນື້ອເຍື່ອທີ່ມັນພັນອ້ອມຫລອດເລືອດຈະບວມອອກມາຮອດຮູທະວານໜັກ ເຫັນເປັນກ້ອນເນື້ອອ່ອນໆ ນິ້ມໆປະກົດອອກມາໃຫ້ເຮົາເຫັນ ເຊິງໃນໄລະຍະນີ້ເຮົາຈະຮູສຶກເຈັດປວດຂື້ນ. ນອກຈາກນັ້ນມັນຈະມີອາການຄັນໃນບໍລິເວນຂອບຮູທະວານໜັກ.

《...ການຮັກສາ ກົດທີ່ນີ້...》

No comments:

Post a Comment